ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງການໄອຍະການທະຫານຂັ້ນສູງດຳເນີນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ X


    ໃນວັນທີ 17 ສິງຫາ 2023 ນີ້, ອົງການໄອຍະການທະຫານຂັ້ນສູງໄດ້ດຳເນີນກອງປະຊຸມໃຫ່ຍ ສະມາຊິກພັກ ຄັ້ງທີ X ຂຶ້ນ, ໂດຍການ
ເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີໄຫວ ໄມພອນ ຫົວໜ້າ ອົງການໄອຍະການທະຫານຂັ້ນສູງ, ເລຂາຄະນະພັກຮາກຖານ, ມີຄະ
ນະພັກ-ຄະນະບັນຊາ ພ້ອມດ້ວຍ ສະມາຊິກພັກເຂົ້າຮ່ວມ.

     ສະຫາຍ ພັນເອກ ລັດສະໝີ ຂັນອາສາ ຮອງເລຂາຄະນະພັກຮາກຖານ ອົງການໄອຍະການທະຫານຂັ້ນສູງ ໄດ້ຂຶ້ນຜ່ານບົດລາຍງານການ
ເມືອງທັງສອງພາກ ຄະນະໜ່ວຍພັກໄດ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານສະມາຊິກພັກດ້ວຍການຄົ້ນຄວ້າ,
ເຊື່ອມຊຶມບັນດາ ເອກະສານຕ່າງໆຂອງພັກ, ຫັນແນວທາງ-ແຜນນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ກົດໝາຍຂອງລັດໃນແຕ່ລະໄລຍະ ເຮັດ
ໃຫ້ສະມາຊິກພັກ ພາຍໃນໜ່ວຍກຳແໜ້ນ ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ ຢ່າງ
ເລິກເຊິ່ງກວ່າເກົ່າ, ມີຄຸນທາດ ການເມືອງ, ຄຸນສົມບັດສິນທໍາປະຕິວັດຢ່າງໜັກແໜ້ນ, ມີສະຕິ ແລະ ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ ແລະ
ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເຮັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ເປັນເຈົ້າການໃນການເຄື່ອນໄຫວປະ
ຕິບັດພາລະບົດບາດສິດ ແລະ ໜ້າທີ່ໃນການຕິດຕາມກວດກາ ການເຄົາລົບລັດຖະທຳມະນູນ ແລະ ກົດໝາຍ, ຖືສຳຄັນການປັບປຸງກໍ່ສ້າງໜ່ວຍ
ພັກຢ່າງເປັນເຈົ້າການສຳຄັນກວ່າໝູ່ແມ່ນໄດ້ສຶກສາອົມຮົມຖັນແຖວພະນັກງານສະມາຊິກພັກ, ຮັບປະກັນຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ,
ເປັນແບບຢ່າງນຳໜ້າໃນທຸກວຽກງານ, ຮັບປະກັນຕາມທິດກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໜ່ວຍພັກອົງການໄອຍະການ ທະ
ຫານຂັ້ນສູງ ມີສະມາຊິກພັກທັງໝົດ 32 ສະຫາຍ, ຍິງ 6 ສະຫາຍ, ສຳຮອງ 4 ສະຫາຍ, ໃນນັ້ນມີສະມາຊິກພັກແຂງ 28 ສະຫາຍ, ໜ່ວຍພັກ
ໄດ້ຮັບຮອງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 4 ຄັ້ງ ຕິດຕໍ່ກັນ,ໄດ້ກໍ່ສ້າງມະຫາຊົນຜູ້ກ້າວໜ້າ ເຂົ້າຮຽນສະໜັບສະໜູນໄດ້ 8 ຄັ້ງ ຈຳ
ນວນ 24 ສະຫາຍ, ເຂົ້າຮຽນກົດລະບຽບພັກ 8 ຄັ້ງ ຈໍານວນ 17 ສະຫາຍ, ຂັ້ນເທິງອານຸມັດມະຫາຊົນເຂົ້າເປັນສະມາຊິກພັກ ສໍາຮອງ 13 ສະຫາຍ,
ອານຸມັດເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ 12 ສະຫາຍ.

     ກອງປະຊຸມຄັ້ງນີ້ໄດ້ເລືອກເອົາ ສະຫາຍ ພົນຈັດຕະວາ ສີໄຫວ ໄມພອນ ເປັນເລຂາ, ສະຫາຍ ພັນເອກ ລັດສະໝີ ຂັນອາສາ ເປັນຮອງເລຂາ,
ສະຫາຍ ພັນເອກ ອໍາເພັດ ພົມມະກອນ ເປັນເປັນກຳມະການກວດກາປ້ອງກັນ, ສະຫາຍ ພັນເອກ ຄຳຫຼ້າ ນັນທະລັດ ເປັນກຳມະການໂຄສະນາ
ອົງການຈັດຕັ້ງມະຫາຊົນ ແລະ ສະຫາຍ ພັນໂທ ອຳພອນ ທຳມະວົງ ເປັນກຳມະການການຄັງ.

ແຫຼ່ງທີ່ມາ ສົມຄິດ ພູມມີຈິດ
ວັນທີ 18/08/2023